Menu

ຂັ້ນຕອນໃນການປູກເຫັດ


ຂີ້ເລື່ອຍໄມ້ຍາງ
ກ້ອນເບົ້າເຫັດ
ຂັ້ນຕອນໃນການປູກກ້ອນເຊື້ອເຫັດ
ຂັ້ນຕອນທີ່ 1
ຈັດກຽມອຸປະກອນໃຫ້ພ້ອມຕາມສູດໃນການປະສົມ
    1. ຂີ້ເລື່ອຍໄມ້ຍາງ
    2. ເຊື້ອເຫັດ
    3. ຖົງຢາງພຣາສຕິກກັນຮ້ອນຂະໜາດ 6 3/4 x 12 1/2 ຫຼື 8x12 ນີ້ວ
    4. ຄໍຂວດພຣາສຕິກເສັ້ນຜ່າສູນກາງ 1 1/2 ນີ້ວ
    5. ສຳລີ
    6. ຢາງຮັດ
    7. ຟຸຍໜື້ງຄວາມດັນ ຫຼື ໝໍ້ໜື້ງຄວາມດັນ ຈະເປັນແບບຝືນກໍ່ໄດ້
    8. ຖົງຢາງປົກເພື່ອບັນຈຸກ້ອນເຫັດໃຫ້ຫຼາຍ ແລະ ເຊືອກຮັດ
    9. ໂຮງເຮືອນ ຫຼື ທີ່ບົ່ມບ່ອນເຊື້້ອເຫັດ
    10. ອາຫານເສີມ (ກາກນ້ຳຕານ ແລະ ເງິນລ້ານ)
   11. ຮ່ຳອ່ອນ ແລະ ເຂົ້າປຽນທີ່ເປັນເຂົ້າໜຽວ
   12. ປູນຂາວ
   13. ຢິບຊ້ຳ
   14. ຟູໄມ້
   15. ດີເກືອ
   16. ນ້ຳສະອາດ (ຕ້ອງແມ່ນນ້ຳບາດານ)
   17. ເຈ້ຍຫນັງສືພີມ
   18. ກັບໄຟ
   19. ໄມ້ແປກ ຈຸດໄຟ
   20. ອັງໂກນ ເຫຼົ້າ 90 ຂ້າເຊື້ອ

ຂັ້ນຕອນທີ 2
      ນຳສ່ວນຜະສົມດັ່ງກ່າວຈາກສູດ 500 ກ້ອນຈະມີດັ່ງນີ້:
  - ຂີ້ເລື່ອຍ 22 ລໍ້ (ໂດຍນຳໃຊ້ ລໍ້ຕີນດຽວ)
  - ຮ່ຳອ່ອນ 32 ກິໂລ
  - ເຂົ້າປຽນ 16 ກິໂລ(ເຂົ້າໜຽວ)
  - ຟູໄມ້ 1 ກິໂລ
  - ຢິບຊ້ຳ 2 ກິໂລ
  - ອາຫານເສີມ(ເງິນລ້ານ) 1 ກິໂລ ແລະ ກາກນ້ຳຕານ 1 ລິດ
  - ດີເກືອ 0,6 ຂີດ
  1. ນຳເອົາຂີ້ເລື່ອຍມາວາງໄວ້ເປັນຈຸດ, ເປັນກອງ, ເປັນແຖວ ແລ້ວກໍ່ເອົານ້ຳສະອາດປະມານ 10 ລິດ ປະສົມກັບອາຫານເສີມ(ກາກນ້ຳຕານ)ມາຄົນເຂົ້າກັນແລ້ວເອົາເຂົ້າປ່ຽນເທລົງ.


ຂີ້ເລື່ອຍທີ່ວາງເປັນຈຸດເປັນແຖວ
ກາກນ້ຳຕານປະສົມກັບເຂົ້າປຽນ
  2. ເອົາຮ່ຳອ່ອນເທລົງພື້ນທີ່ ແລ້ວປະສົມອາຫານເສີມ(ເງິນລ້ານ), ດີເກືອ, ຢິບຊ້ຳ, ຟູໄມ້. ແລ້ວປະສົມຄົນໃຫ້ເຂົ້າກັນຢ່າງລະອຽດ, ແລ້ວຄົນໃສ່ກັບຮ່ຳອ່ອນທີ່ເຮົາເຮັດເປັນກອງ ມາປະສົມເຂົ້າກັນຢ່າງລະອຽດ.
ມາຄົນໃຫ້ເຂົ້າກັນຢ່າງລະອຽດ

  3 ສຸດທ້າຍ ກໍ່ເອົາໄປໂຮຍໃສ່ຂີ້ເລື່ອຍທີ່ເຮົາວາງໄວ້ເປັນກອງນັ້ນ ມາປະສົມໃຫ້ເຂົ້າກັນຢ່າງລະອຽດ (ຕ້ອງໃຫ້ເຂົ້າເນື້ອດຽວ) ເຮົາໄດ້ຕຸ້ມເຂົ້າກັນເປັນກອງ.
ເອົາເຄື່ອງປຸງມາໂຮຍໃສ່ກອງຂີ້ເລື່ອຍ





 
4. ຕໍ່ມາກໍ່ໄດ້ແຮງງານຄົນມາຕຳ, ຮ່າຍໃສ່ຖົງແລ້ວຕຳມາໃສ່ປອກຄໍອັດເຈ້ຍເຫັດກ້ອນ ສະເພາະແມ່ນເຮືອນສ່ວນສະໜາມໄດ້ຈ້າງແຮງງານເດັກນ້ອຍຕຳ ຈາກລາຄາ 100ກ້ອນ = 15.000 ກີບ

ຕຳເປັນກ້ອນເຫັດ




3 comments:

ເຫັດນາງຟ້າພູຖານ

ເຫັດນາງຟ້າພູຖານ
ບ້ານ ສົມສະຫວັນ ຫລັກ26

ເຫັດຂອນຂາວ

ເຫັດບົດ