Menu

ຜົນຜະລິດທີ່ໄດ້ຮັບ


 ຜົນຜະລິດທີ່ໄດ້ຮັບ

    ກະຄືການເກັບຜົນຜະລິດ ການເກັບດອກເຫັດ ເກັບໃນໄລຍະດອກເຫັດມີອາຍຸ 2-3 ວັນ ຫຼື ເບີ່ງຕາມດອກເຫັດພໍດີຄືໝວກເຫັດບໍ່ເກີນ 6 ເຊັນຕີແມັດ ເປັນຂະໜາດທີ່ີມີລາຄາສູງທີ່ສຸດ ທັງການບໍລິໂພກສົດ ຫຼື ເຮັດແຫ້ງຜົນຜະລິດສະເລ່ຍຂອງເຫັດກະດ້າງປະມານ 100 - 250 ກຣັມ/ຖົງ ເກັບໄດ້ໃນໄລຍະເວລາ 100 - 120 ວັນ ການຕະຫລາດ ລາຄາຂອງເຫັດມີເສັ້ນຜ່າສູນກາງບໍ່ເກີນ 6 ເຊັນຕີແມັດ ຈຳໜ່າຍສະເລ່ຍກິໂລກຣັມລະ...
- ເຫັດນາງລົມ(ຮົງກາຣີ) ຈຳໜ່າຍກິໂລລະ 18,000 - 20,000 ກີບ/ໂລ
- ເຫັດນາງລົມ(ຟ້າພູຖານ) ຈຳໜ່າຍກິໂລລະ 20,000 - 25,000 ກີບ/ໂລ
- ເຫັດຂອນຂາວ ຈຳໜ່າຍກິໂລລະ 30,000 - 35,000 ກີບ/ໂລ
- ເຫັດບົດ (ເຫັດກະດ້າງ) ຈຳໜ່າຍກິໂລລະ 40,000 - 50,000 ກີບ/ໂລ
ເຫັດທັງ 4 ຢ່າງນີ້ ສາມາດຈຳໜ່າຍໃນຮູບດອກເຫັດສົດ
ຄວນເກັບດອກເຫັດໃນຂະນະທີ່ປາຍຂອບໝວກຍັງໂຄ້ງງໍລັກສະນະຄ້າຍກັບການເກັບດອກເຫັດຂອນຂາວ ຈະໄດ້ດອກເຫັດມີຄຸນນະພາບ ຫວານນຸ່ມ ເໝາະທີ່ຈະນຳໄປຂົ້ວ ຫຼື ຊຸບ ໝົກ ຫາກເກັບດອກແລ້ວໄລຍະນີ້ ຈະໄດ້ດອກທີ່ໜຽວ ຍ້ຳຍາກ ເຊັ່ນ: ດອກທີ່ເກັບໃນທຳມະຊາດ ແຕ່ທ້ອງຖີ່ນພື້ນເມືອງ ກໍມີອຸນຫະພູມປັນຍາທ້ອງຖີ່ນ ໂດຍນຳດອກໄປຈີກ ຫຼື ສັບໃຫ້ເປັນຕ່ອນພໍດີ ກ່ອນໄປປຸງເປັນລາບ ຫຼື ຊຸບກໍແຊບ.



ແຫຼ່ງຜະລິດກ້ອນເຫັດ ແລະ ຈຳໜ່າຍກ້ອນເຊື້ອເຫັດ
- ຟາມເຫັດສ່ວນສະໜາມ ບ້ານສົມສະຫວັນ ເມືອງໄຊທານີ ແຂວງນະຄອນຫຼວງວຽງຈັນ
- ສົນໃຈໂທທີເບີ 020 55819773 ຫຼື 030 5008103


No comments:

Post a Comment

ເຫັດນາງຟ້າພູຖານ

ເຫັດນາງຟ້າພູຖານ
ບ້ານ ສົມສະຫວັນ ຫລັກ26

ເຫັດຂອນຂາວ

ເຫັດບົດ