Menu

ອຸປະກອນການປູກເຫັດ


ວັດສະດຸອຸປະກອນໃນການເພາະເຫັດ
     1. ຂີ້ເລື່ອຍໄມ້ຍາງ
  2. ເຊື້ອເຫັດ 
  3. ຖົງຢາງພລາສຕິກຮ້ອນຂະໜາດ 6 3/4 x 12 1/2 ຫຼື 8x12 ນີ້ວ
  4. ເຊືອກຄວາຍຮັດແໜ້ນ ກັບ ໄມ້ໄວ້ຮັດ
  5. ສຳລີ
  6. ຢາງຮັດ
  7. ຟຸຍໜື້ງ ຈະເປັນຝືນ ຫຼື ຂີ້ເລື່ອຍກະໄດ້
  8. ຖານເພາະເຫັດ ຫຼື ໂຮງເຮືອນທີ່ບົ່ມເສັ້ນໃຍ
  9. ອາຫານເສີມ
 10. ຮ່ຳອ່ອນ
 11. ປູນຂາວ
 12. ຢິບຊຳ
 13. ຟູໄມ້
 14. ດີເກືອ
 16. ນ້ຳສະອາດ ຕ້ອງແມ່ນບາດານ
 17. ເຈ້ຍຫນັງສືພິມ
ການກຽມວັດສະດຸໃນການເພາະເຫັດນາງຟ້າ
ອັດຕາສ່ວນໃນການປະສົມວັດສະດຸ
     ຂີ້ເລື່ອຍ   100 ກິໂລກຣັມ
     ຮ່ຳລະອຽດ 8-10 ກິໂລກຣັມ
     ປູນຂາວ   2    ກິໂລກຣັມ
     ດີເກືອ     0,5  ກິໂລກຣັມ
     ຢິບຊຳ     0,7  ກິໂລກຣັມ
     ອາຫານເສີມ (ກາກນ້ຳຕານ ລິດກາເງິນລ້ານ 0,6 ກິໂລກຣັມ)
     ຟູໄມ້      1   ກິໂລກຣັມ
     ເຂົ້າປຽນ   8   ກິໂລກຣັມ
     ນ້ຳສະອາດ 60-70%
     ໝາຍເຫດ***ວັດສະດຸທັງໝົດນີ້ສາມາດປັບປ່ຽນໄດ້ຕາມຄວາມເໝາະສົມ
ການກຽມວັດສະດຸໃນການເພາະເຫັດຂອນ ຂາວ ຂອນດຳ ເຫັດບົດ
ອັດຕາສ່ວນໃນການປະສົມວັດສະດຸ
     ຂີ້ເລື່ອຍ    100  ກິໂລກຣັມ
     ຮ່ຳລະອຽດ  9-10 ກິໂລກຣັມ
     ປູນຂາວ    2    ກິໂລກຣັມ
     ດີເກືອ     0,7   ກິໂລກຣັມ
     ຢິບຊຳ     0,7   ກິໂລກຣັມ
     ອາຫານເສີມ (ກາກນ້ຳຕານ ລິດກາເງິນລ້ານ 0,6 ກິໂລກຣັມ)
     ຟູໄມ້      1     ກິໂລກຣັມ
     ເຂົ້າປຽນ    8    ກິໂລກຣັມ
     ນ້ຳສະອາດ  1    ກິໂລກຣັມ
   ໝາຍເຫດ***ວັດສະດຸທັງໝົດນີ້ສາມາດປັບປ່ຽນໄດ້ຕາມຄວາມເໝາະສົມ 
ວິທີກຽມວັດສະດຸສະເພາະ
     ນຳສ່ວນປະສົມດັ່ງກ່າວເບື້ອງຕົ້ນ ປະສົມໃຫ້ເຂົ້າກັນດ້ວຍມືປະສົມແລ້ວປັບຄວາມຊື້ນ 60-70% ໂດຍເຕັມນ້ຳພໍປະມານ ໃຊ້ມືກຳຂີ້ເລື່ອຍບີບໃຫ້ແໜ້ນ ຂີ້ເລື່ອຍຈະລວມກັນເປັນກ້ອນແລ້ວແຕກອອກ 2-3 ສ່ວນຖືວ່າໃຊ້ໄດ້ແຕ່ຖ້າແບມືແລ້ວຂີ້ເລື່ອຍບໍ່ລວມຕົວເປັນກ້ອນ ສະແດງວ່າແຫ້ງໄປ ໃຫ້ເຕີມນ້ຳເລັກນ້ອຍ ບັນຈຸຂີ້ເລື່ອຍໃສ່ຖົງຢາງພລາສຕິກ ທົນຮ້ອນ ນ້ຳໜັກ 9-10 ຂີດ ແລ້ວຕຳຖົງຢາງໃສ່ພື້ນພໍປະມານ ແລະ ທຸບໃຫ້ແໜ້ນພໍປະມານ 2 ໃນ 3 ຂອງຖົງ ຫຼື ໃຊ້ປອກຄໍອັດກ້ອນເຫັດປິດດ້ວຍສຳລີ ແລ້ວໃສ່ເຈ້ຍຫນັງສືພິມເອົາຢາງຮັດ ແລ້ວນຳມາພັກໃຫ້ເຢັນທີ່ສະອາດ.
ການໃສ່ຫົວເຊື້ອ
    ລັກສະນະເຊື້ອເຫັດທີ່ດີຈະຕ້ອງບໍ່ມີເຊື້ອຣາອື່ນໆ ເຈືອປົນ ເຊັ່ນ: ຣາດຳ, ຣາຂຽວ, ຣາສົ້ມ, ປົນເປື້ອນ ຢູ່ໃນຂວດເຊື້ອນັ້ນເພາະຈະເຮັດໃຫ້ຖົງເພາະເຊື້ອເຫັດຕິດໂລກລາອື່ນໄດ້ ໂດຍສັງເສັ້ນໃຍຂອງເຊື້ອເຫັດຈະຕ້ອງມີເສັ້ນໃຍ ສີຂາວບໍລິສຸດ ແລະ ດິນເຕັມຂວດ.
ສະຖານທີ່ເຂ່ຍເຊື້ອເຫັດ
     ຄວນເຂ່ຍໃນຫ້ອງທີ່ສະອາດ ແລະ ສາມາດປ້ອງກັນລົມ ນ້ຳຫອມ ເຫຼົ້າເບຍ ທຸກຊະນິດ ເພື່ອລົດເຊື້ອລົດເຊື້ອປອມປົນ ເຮັດໃຫ້ເປີເຊັນຂອງກ້ອນເຊື້ອເຫັດທີ່ເສຍຕ່ຳລົງໃນການເຂ່ຍເຊື້ອເຫັດຄວນໃຊ້ໄມ້ແຂງໆ ໄມ້ທີ່ສ້າງເອງ ເຜົາໄຟໃຫ້ຮ້ອນ ໃນການເຂ່ຍເຊື້ອເຫັດກ້ອນໜື່ງປະມານເຂ່ຍເຊື້ອໄດ້ປະມານ 15-20 ເມັດແລ້ວປິດດ້ວຍສຳລີ ແລ້ວອັດເຈ້ຍຫນັງສືພິມ ຫຼື ປິດຈຸກປະຫຍັດແລ້ວນຳໄປຟັກເຊື້ອທີ່ຖານເຫັດ ຫຼື ໂຮງເຮືອນພັກເຊື້ອ ປະມານ 35-40 ວັນ.
ການເຮັດໃຫ້ເກີດດອກບົວລະບັດຮັກສາ
     ກ່ອນການເປີດດອກຄວນນຳກ້ອນເຫັດມາວາງຮຽງຊ້ອນກັນ ຈະໃຊ້ຊັ້ນໄມ້ຕົວ A ຫຼື ຊັ້ນແຂວນພລາສຕິກກໍໄດ້ ວາງໄວ້ປະມານ 3-4 ວັນ ເຫັດນາງຟ້າຈະເປີດ ໂດຍເອົາເຈ້ຍຫນັງສືພິມ ແລະ ສຳລີອອກ ເຮັດການເຂ່ຍເມັດເຂົ້າຟ່າງອອກໃຫ້ໝົດ ທຳຄວາມສະອາດພື້ນຟາມເຫັດຫົດນ້ຳໃຫ້ຊຸ່ມ ຫວ່ານປູນຂາວໃສ່ພື້ນ ເພື່ອຂ້າເຊື້ອ ຫົດນ້ຳຮັກສາຄວາມຊື້ນ ຂື້ນຢູ່ກັບສະພາບອາກາດ  ໂດຍຈະເຮັດເປັນບົວຫົດນ້ຳເພື່ອໃຫ້ນ້ຳຝອຍຫົດເຫັດງ່າຍ ລະວັງຢ່າຫົດນ້ຳເຂົ້າໃນຖົງ ວັນລະ 2 ເວລາ ຄື: ເຊົ້າ ແລງ ຫຼື ຖ້າຊ່ວງໜ້າຮ້ອນ ອາດຈະເພີ່ມຂື້ນເປັນ 3 ເວລາກໍ່ໄດ້ ເຫັດຈະອອກດອກໄດ້ດີ ຕັດແຕ່ງຕີນເຫັດກ່ອນໄປຈຳໜ່າຍໃຫ້ແມ່ຄ້າໃນຊຸ່ມຊົນ ຫຼື ຕະຫຼາດ.

ການກະສິກຳປູກເຫັດ ຟາມສ່ວນສະໜາມ ຜະລິດກ້ອນເຊື້ອເຫັດ ຂອນດຳ ຂອນຂາວ ນາງຟ້າ(ຟູຖານ) ນາງລົມ(ຮົງກາຣີ) ເຫັດບົດ
ເປີດບໍລິການທຸກມື້
ໂທລະສັບ : 020 55819773, 030 5008103    

No comments:

Post a Comment

ເຫັດນາງຟ້າພູຖານ

ເຫັດນາງຟ້າພູຖານ
ບ້ານ ສົມສະຫວັນ ຫລັກ26

ເຫັດຂອນຂາວ

ເຫັດບົດ