Menu

ເຫັດນາງລົມ(ຮົງກາຣີ)


ເຫັດນາງຟ້າ: ຈັດເປັນເຫັດເສດຖະກິດທີ່ສຳຄັນທີນິຍົມກັນຮັບປະທານຫຼາຍບໍ່ວ່າຈະເປັນເຫັດນາງລົມ ແລະ ເຫັດເຟືອງ ເນື່ອງຈາກ ເຫັດຊະນິດນີ້ສາມາດຫາປູກໄດ້ງ່າຍ ມີເວລາໃນການປູກໃນການເພາະສັ້ນ ດອກເຫັດອອກຈຳນວນຫຼາຍ ດອກເຫັດໃຫ້ເນື້ອອ່ອນນຸ້ມ ສາມາດນຳມາປະກອບອາຫານໄດ້ຫຼາຍຊະນິດເຊັ່ນ: ໜື້ງເຫັດແກງຈືດ ແລະ ຕົ້ມຍຳ ເປັນຕົ້ນ.

  • ລັກສະນະ: ດອກເຫັດຈະມີລັກສະນະຄ້າຍກັບດອກເຫັດເປົ້າຮື້ ແລະ ດອກເຫັດນາງຟ້າເກືອບຈົນແຍກບໍ່ອອກແຕ່ຂອບດອກຂອງເຫັດນາງຟ້າຈະອ່ອນກ່ວາເຫັດນາງລົມ ໃນຂະນະທີ່ເຫັດນາງລົມຂອບດອກຈະມີສີຄ້ຳຫຼາຍກ່ວາສ່ວນຕົວຂອງດອກເຫັດນາງຟ້າຈະບາງກ່ວາເຫັດນາງລົມ ແລະ ມີຄຣີບຢູ່ຊິດກັນຫຼາຍກ່ວາ ໃນເມື່ອທຽບກັບເຫັດເປົ່າຮື້ ພົບວ່າ ກ້ານດອກຂອງເຫັດນາງຟ້າຈະຄ່ອນຢູ່ລະຫວ່າງກາງດອກຫຼາຍກ່ວາດອກຂອງເຫັດເປົ່າຮື້ທີ່ເຍື້ອງໄປຢູ່ຣີມຂອບດອກດ້ານໃດດ້ານໜື່ງ ແລະ ກ້ານຂອງດອກເຫັດນງຟ້າຈະນ້ອຍກ່ວາຂອງກ້້ານເຫັດເປົ່າຮື້ຢ່າງຊັດເຈນ ສ່ວນເຫັດນາງຟ້າອີກຊະນິດໜື່ງຄື: ເຫັດນາງຟ້າພູຖານ ເປັນເຫັດທີ່ນຳເຂົ້າຈາກປະເທດພູຖານ ເຊີ່ງປັດຈຸບັນກຳລັງເປັນທີ່ນິຍົມເຊັ່ນກັນ. ໂດຍດອກເຫັດນາງຟ້າອາດອອກເປັນດອກດຽວ ຫຼື ອອກເປັນຈຸກຫຼາຍດອກຕິດກັນອອກມາ ມີກ້ານດອກສັ້ນ ສີຂາວ ບໍ່ມີວົງແຫວນ ດອກເຫັດອ່ອນ ມີສີຂາວ ເມື່ອແກ່ຫຼາຍຈະມີສີນ້ຳຕານອ່ອນ ມີເສັນໃຍຂ່ອນຂ້າງອະອຽດ.
  • ປະໂຫຍດເຫັດນາງຟ້າ: 1. ເຫັດນາງຟ້ານິຍົມນຳດອກເຫັດສົດມາປະກອບອາຫານເຊັ່ນ: ເຫັດນາງຟ້າຊຸບແປ້ງທອດຕົ້ມຍຳເຫັດນາງຟ້າ ແລະ ຫໍຫມົກເຫັດນາງຟ້າ ເປັນຕົ້ນ.
  • ຊັບພະຄຸນທາງຢາ: ຊ່ວຍປ້ອງກັນໂລກມະເຮັງ ແລະ ລົດໄຂມັນໃນເສັ້ນເລືອດ ອີກດ້ວຍ.
  • No comments:

    Post a Comment

    ເຫັດນາງຟ້າພູຖານ

    ເຫັດນາງຟ້າພູຖານ
    ບ້ານ ສົມສະຫວັນ ຫລັກ26

    ເຫັດຂອນຂາວ

    ເຫັດບົດ