Menu

ເຫັດຂອນຂາວ



    ເຫັດຂອນຂາວ ດັ້ງເດີມແລ້ວຈະເກີດຂື້ນເອງຕາມທຳມະຊາດ ໃນເຂດຮ້ອນຊຸ່ມ ສ່ວນໃຫຍ່ພົບຫຼາຍຢູ່ໃນປ່າ ເປັນເຫັດທີ່ຈະອອກດອກໃຫ້ເຫັນໃນຊ່ວງລະຫວ່າງລະດູຮ້ອນຫາໜ້າຝົນ ຫຼື ຊ່ວງປະມານເດືອນເມສາເຖີງເດືອນພຶດສະພາ ເຫັດຂອນຂາວ ຈະພົບໃນຂອນໄມ້ກົກມ່ວງ ຫຼື ຂອນໄມ້ໂດກ ໃນປ່າ.
    ເຫັດຂອນຂາວ ເປັນເຫັດທີ່ມີຄວາມໜຽວ ໃຊ້ປະກອບອາຫານ ເຮັດແກງໜໍ່ໄມ້, ຂົ້ວ, ຫມົກເຫັດ, ສົ້ມເຫັດ ເປັນຕົ້ນ... ຕາມໃຈມັກເມນູໃດ ກໍແຊບ ເຫັດຂອນຂາວເປັນເຫັດທີ່ນິຍົມຂອງຊາວລາວ ຫຼື ຊາວອີສານ ເພາະໄດ້ໃນອຸນຫະພູມປົກກະຕິ ແຕ່ຢ່າໃຫ້ຮ້ອນຫຼາຍ ຈົນເກີນໄປ ຖ້າຮ້ອນຫຼາຍໃຫ້ເອົານ້ຳລາດພື້ນ ອຸນຫະພູມຢູ່ທີ່ 35-40 ອົງສາເຊວເຊີຍ ກຳລັງພໍດີ.
ສູດຜະລິດເຫັດຂອນຂາວ
      ທ່ານສວນແນະນຳການຜະລິດກ້ອນເຊື້ອເຫັດ ເຊີ່ງປະກອບດ້ວຍຂີ້ເລື່ອຍ 100 ກິໂລກຮັມ ຕໍ່4ລໍ້ ປູນຂາວ 1 ກິໂລກຣັມ ຍິບຊ້ຳ 1 ກິໂລກຣັມ ເຄັດລັບຂອງຟາມຈະໃຊ້ນ້ຳຕານຊາຍ ໄປເຄີ່ງກິໂລກຣັມ ເຫດຜົນທີ່ໃສ່ນ້ຳຕານຊາຍເພາະນ້ຳຕານຈະຊ່ວຍໃຫ້ເຫັດສົດຊື່ນ ຫລັງຈາກຜະສົມເພາະເຫັດແລ້ວ ນຳໄປອົບຂ້າເຊື້ອ 6 ຊົ່ວໂມງ ເມື່ອອົບແລ້ວປະໄວ້ 1 ຄືນ ແລ້ວເອົາເຊື້ອເຫັດທີ່ຕ້ອງການທີ່ຈະເພາະໃສ່ເຂົ້າໄປ ໂດຍທີ່ຟາມນີ້ຈະລ້ຽງໃນເມັດເຂົ້າຟ່າງ ເຮັດເປັນວຸ້ນ ແລະ ເຂ່ຍສາຍພັນຂອງເຫັດແຕ່ລະຊະນິດລົງໄປ.


ຂະໜາດຟາມເຫັດ
  ເຫັດ 2,000 ກ້ອນ ເຮັດໂຮງເຮືອນກ້ວາງ 3x4 ແມັດ ໃຊ້ງົບປະມານບໍ່ເກີນ 1.160.000 ກີບ/ຟາມ.
ຈຳໜ່າຍກ້ອນເຫັດ
- ເບົ້າກ້ອນເຫັດນາງຟ້າ(ພູຖານ) ລາຄາກ້ອນລະ 2.500 ກີບ/ກ້ອນ ຖ້າຊື້ 1,000 ກ້ອນ ຂື້ນໄປ ຄັນມາເອົາເອງຈະລຸດໃນລາຄາ 2.300 ກີບ/ກ້ອນ ຄັນໃຫ້ໄປສົ່ງແມ່ນ ຈະແຖມກ້ອນເຫັດປະມານ 20 ກ້ອນ/1,000 ກ້ອນ ຟາມເຫັດຂາຍກ້ອນເຊື້ອເຫັດໄດ້ ປະມານ 16,000-20,000 ກ້ອນ ຕົວຢ່າງ: ສຳຫລັບທ່ານໃດ ທີ່ສົນໃຈຢາກຫາອາຊີບເສີມວ່າ ຫາກມີກ້ອນເຫັດ 2,000 ກ້ອນ ຈະສາມາດເກັບຂາຍເຫັດໄດ້ ວັນລະ 132,000 ກີບ ໃນຍາມລະດູຝົນແຮງໄດ້ກຳໄລຫຼາຍ ເພາະດອກເຫັດຈະອອກງາມ ຂາຍໄດ້ລາຄາດີກ່ວາ ຂາຍເປັນໄລຍະ 1 ເດືອນກໍເປັນການລົງທືນໄດ້ແລ້ວ ແລະ ເຫັດບໍ່ໄດ້ຂາຍໄດ້ແຕ່ 1 ເດືອນ ສາມາດເກັບຂາຍໄດ້ເຖີງ 4 ເດືອນຂື້ນຕາມທີ່ເຮົາຮັກສາໄດ້ມັນຈະແກ່ຍາວຮອດ 5-6 ຈາກນັ້ນ ກ້ອນເຫັດຈະຄ່ອຍໝົດໃນຕົວມັນເອງ ແມ່ນການເປັນອາຊີບເສີມສ້າງລາຍໄດ້ດີ.

 - ເຫັດຂອນຂາວ ຫຼື ເຫັດກະດ້າງ ຈຳໜ່າຍກ້ອນເຫັດ ໃນລາຄາກ້ອນລະ 2,500 ກີບ/ກ້ອນ ຖ້າຊື້ 1,000 ກ້ອນຂື້ນໄປ ຈະລຸດໃນລາຄາ 2.300 ກີບ/ກ້ອນ(ຄັນມາເອົາເອງ) ຖ້າໃຫ້ໄປສົ່ງຈະແຖມໃຫ້ ປະມານ 20 ກ້ອນ


No comments:

Post a Comment

ເຫັດນາງຟ້າພູຖານ

ເຫັດນາງຟ້າພູຖານ
ບ້ານ ສົມສະຫວັນ ຫລັກ26

ເຫັດຂອນຂາວ

ເຫັດບົດ