Menu

ເຫັດບົດ


     ເຫັດບົດ ຫຼື ເຫັດກະດ້າງ ເປັນເຫັດພື້ນເມືອງທີ່ມີຢູ່ໃນທຳມະຊາດ ເປັນເຫັດທີ່ມີໝວດດອກຂະໜາດໃຫຍ່ ກວ້າງ 5 - 12 ເຊນຕີແມັດ ກ້ານສັ້ນ 1-2 ເຊນຕີແມັດ ສີນ້ຳຕານປົນດຳ ຢູ່ໃນທຳມະຊາດມັກພົບເຫັນໃນຂອນໄມ້ລົ້ມ ໄມ້ໂດກ ດອກເຫັດອາດເກີດຂື້ນດ່ຽວ ຫຼື ອາດເກີດເປັນຂັ້ນຊ້ອນກັນໃນເທີງຂ່ອນໄມ້ ມັກພົບເຫັນຍາມລະດູຮ້ອນຕໍ່ລະດູຝົນ ຫຼື ລະດູຝົນຕໍ່ລະດູໜາວ ທີ່ອາກາດກາງເວັນ ແລະ ກາງຄືນ ອຸນຫະພູມຕ່າງກັນຫຼາຍໆ ເຫັດຊະນິດນີ້ ດອກອ່ອນຈະນີ້ມ ເມື່ອແກ່ຈະຫນຽວ ແລະ ແຂງ ຈື່ງສາມາດເກັບຮັກສາໄວ້ຮັບປະທານໄວ້ດົນຂ້າມປີເວລາຈະນຳມາປຸງອາຫານກໍ່ນຳມາໄປແຊ່ນ້ຳໃຫ້ຄືນສະພາບຄືເຫັນຫູຫນູ(ເຫັດກະຕັ່ນ) ເປັນເຫັດທີ່ມີລົດຊາດຫວານກ່ວາເຫັດອື່ນໆໃນກຸ່ມດຽວກັນ ດອກອ່ອນນຳໄປແກງຊຸບ ຫຼື ລາບໃຫ້ຄວາມຮູ້ສືກ ໃນການຮັບປະທານຄ້າຍຄືກັບຊີ້ນສັດ ຄືກຮຸບໜຽວ ລີ່ນລີ້ນ ຈື່ງເປັນທີ່ນິຍົມກັນຮັບປະທານຂອງຄົນລາວ ດັ່ງນັ້ນ ຈື່ງເປັນແຫລ່ງຜະລິດດ້ວຍ ລາຄາຂອງເຫັດກະດ້າງຄ່ອນຂ້າງສູງກ່ວາເຫັດພື້ນເມືອງຊະນິດອື່ນໆ ລາຄາກິໂລລະ 40,000-50,000 ກີບ/ກິໂລ ແລ້ວແຕ່ລະດູການ ການເກັບບາງອັນສາມາດເຮັດໄດ້ສູງກ່ວາ 10,000.000 ກີບ/ເດືອນ ເຫັດບົດເປັນເຫັດພື້ນເມືອງອີກຊະນິດໜື່ງ ທີ່ໄດ້ຮັບການພັດທະນາເພື່ອການເພາະພັນ ການປູກເພື່ອເປັນການຄ້າ ເຊີ່ງກົມວິຊາການປູກເຫັດ ໄດ້ຄັດເລືອກສາຍພັນໄວ້ບໍລິການ ແລະ ຈຳໜ່າຍແກ່ການຜະລິດ ພ້ອມທັງໄດ້ວິໄຈ ແລະ ພັດທະນາສູງວັດສະດຸ ເຊີ່ງມີຫຼາຍສູດ
ວັດສະດຸເພາະ
ການເພາະພັນເຫັດກະດ້າງ (ເຫັດບົດ)
ສູດທີ1:
ຂີ້ເລື່ອຍໄມ້ຍາງ ຫຼື ໄມ້ຫມາກມ່ວງ ຫມາກຂາມ 100 ກຣັມ
ນ້ຳຕານຊາຍ 2-3 ກິໂລກຣັມ
ຮ່ຳອ່ອນ 3-5 ກິໂລກຣັມ
ປູນຂາວ 1 ກິໂລກຣັມ
ນ້ຳ 65-75 ກິໂລກຣັມ (ລິດ)
ວັດສະດຸ ແລະ ອຸປະກອນ
1. ຖົງຢາງພລາສຕິກໃສທົນຮ້ອນຂະໜາດ 3x13 ນີ້ວ
2. ປອກຄໍພລາສຕິກທົນຮ້ອນ
3. ສຳລີ ຢາງຮັດ
4. ວັດສະດຸເພາະຕາມສູດ
5. ຮ້ານຝັກເຊື້ອເຫັດ ແລະ ຟາມເຫັດເປີດດອກ
ວິທີການ
1. ຜະສົມສູດວັດສະດຸເພາະເຂົ້າດ້ວຍກັນ ໂດຍນຳນ້ຳຕານລະລາຍໃນນ້ຳ ຈາກນັ້ນນຳໄປຫົດຂີ້ເລື່ອຍ ເຊີ່ງປະສົມກັບຮ່ຳໄວ້ຮຽບຮ້ອຍແລ້ວ ຜະສົມຈົນເຂົ້າກັນດີ ຈື່ງນຳໄປບັນຈຸໃນຖົງພລາສຕິກທົນຮ້ອນ ຕຳໃຫ້ແໜ້ນ.
2. ບີບປາກຖົງ ແລ້ວຕຳໃສ່ປອກຄໍ ດຶງປາກຖົງແລ້ວພັບປາກຖົງ ດືງໃຫ້ຕືງຮັດດ້ວຍຢາງ ແລ້ວໃສ່ຜ້າຍ ຫຼື ສຳລີ ແລ້ວເອົາເຈ້ຍຫນັງສືພິມອັດຕ້ອງປິດໄວ້ປ້ອງກັນບໍ່ໃຫ້ສຳລີປຽກ ຂະນະເຮັດວິທີການໜື່ງຂອງວັດສະດເພາະ.
3. ນຳໄປຮຽງໃນຫມໍ້ໜື້ງ ຈົນເຕັມແລ້ວປິດຝາ ແລ້ວໜື້ງໂດຍບໍ່ໃສ່ຄວາມດັນເປັນເວລາ 3-4 ຊົ່ວໂມງ ໂດຍໃຊ້ໄຟສະໝ່ຳສະເໝີສັງເກດໃຫ້ໄອນ້ຳພຸ່ງຕົງຕະຫລອດເວລາ ຕ້ອງພະຍາຍາມດັງໄຟໃຫ້ສະໝ່ຳສະເໝີບໍ່ໃຫ້ໄຟລຸກແຮງຈົນເກີນໄປ ເມື່ອໄດ້ເວລາແລ້ວ ກໍຂົນຖົງເຫັດລົງໃສ່ພື້ນທີ່ຕ້ອງການແລ້ວປະໄວ້ໃຫ້ເຢັນໃນບ່ອນທີ່ສະອາດ ແລະ ອາກາດມິດຊິດບໍ່ມີລົມ ນ້ຳອົບ ນ້ຳຫອມ ແມ່ນບໍ່ໃຫ້ມີກີ່ນກາຍມາຕອນເວລາຢອດເຊື້ອ ນຳເຊື້ອ ເຂ່ຍເຊື້ອເຫັດໃສ່ປາກຖົງເຫັດປະມານ 10-20 ເມັດ ພະຍາຍາມໃສ່ເຊື້ອພາຍໃນ 24 ຊົ່ວໂມງຫລັງຈາກຖົງເພາະເຢັນລົງແລ້ວ ກໍນຳໄປວາງຮ້ານຝັກເຊື້ອເຫັດ ເພື່ອໃຫ້ເຍັ້ນໃຍເດີນຕາມຖົງ.
ການຝັກເຊື້ອເສັ້ຍໃຍ
ເສັ້ນໃຍທີ່ຈະເລີນເຕີບໂຕໃນຖົງວັດສະດຸເພາະພັນປະມານ 1 ກິໂລກຣັມ ຈະໃຊ້ເວລາ 30-35 ວັນ ຈື່ງຈະຕື່ມ ຖົງເພາະເພື່ອເສັ້ນໃຍເຕີມຖົງຕ້ອງຝັກເຊື້ອເສັ້ນໃຍຕໍ່ໄປຈົນເສັ້ນໃຍເລີ່ມສ້າງສີຂາວຂຸ້ນ ໂດຍສະເລ່ຍໃຊ້ເວລາ 80-90 ວັນຈື່ງນຳໄປເປີດດອກ ຮ້ານຝັກເຊື້ອເຫັດຕ້ອງເປັນບ່ອນທີ່ຮົ່ມ ໂປ່ງ ອາກາດຖ່າຍເທໄດ້ດີອຸນຫະພູມຢູ່ລະຫວ່າງ 28-35 ອົງສາເຊລເຊີຍ.
ຟາມເຫັດເປີດດອກ
ຄ້າຍຟາມເຫັດຂອນຂາວ ສາມາດມຸງດ້ວຍພລາສຕິກ ແລະ ຜ້າແຍ່ງດ້ວຍແຕະ ບໍ່ຈຳເປັນຕ້ອງໃຊ້ຖົງຢາງພລາສຕິກດຳມາແອ້ມ ເພາະເປັນເຫັດທີ່ມັກອຸນຫະພູມສູງໂດຍໃຫ້ມີຄວາມຊຸ່ມ 70-80%
ໃນການເປີດດອກເຫັດບົດ ເຫັດຈະອອກດອກໄດ້ດີ ເມື່ອອາກາດບໍ່ເອື້ອອຳນວຍ ຫຼື ອູນຫະພູມກາງເວັນ ສຳລັບບາງຄົນຕ່າງກັນຫຼາຍໃນການຜະລິດປູກເຫັດທີ່ຊຳນານການເພາະເຫັດບົດໃນເມືອງໄຊທານີ 

No comments:

Post a Comment

ເຫັດນາງຟ້າພູຖານ

ເຫັດນາງຟ້າພູຖານ
ບ້ານ ສົມສະຫວັນ ຫລັກ26

ເຫັດຂອນຂາວ

ເຫັດບົດ