Menu

ປະຫວັດ ແລະ ຄວາມເປັນມາ



"...ປະຫວັດ ແລະ ຄວາມເປັນມາຂອງຟາມສ່ວນສະໜາມ…"

  
    ຟາມເຫັດສ່ວນສະໜາມ ກໍ່ຕັ້ງຂື້ນເມື່ອວັນທີ່ 25 ເດືອນ 8 ປີ 2008 ພ.ສ 2551 ບ້ານສົມສະຫວັນໂດຍໄປສາທິດຈາກຈານນອງ ບ້ານນາຂາວ ແລະ ຈານລົບ ບ້ານໂພນສະຫວັນ ໃນຂະນະນັ້ນທັງສອງໄດ້ເຮັດເປັນທຸລະກິດສິນຄ້າປູກເຫັດມາກ່ອນແລ້ວ ແລະ ຕ່າງຄົນຕ່າງກໍ່ເຮັດວຽກພິເສດ. ຫຼັງຈາກເຮັດທຸລະກິດອື່ນ ພໍດີມີເງິນເກັບກ້ອນໜື່ງ ຈາກນັ້ນ ກໍ່ເຫັນທ່ານທັງສອງເຮັດທຸລະກິດປູກເຫັດເລີຍທ່ານສ່ວນສະໜາມໄດ້ສົນໃຈຈື່ງຕັດສິນໃຈໄປຊື້ກ້ອນເຫັດນຳຈານນອງ ແລະ ຈານລົບ ພື້ນຖານການປູກເຫັດ ຈື່ງໄດ້ລົງທືນຊື້ກ້ອນເຫັດຈາກຄອບຄົວຈານນອງມາປະມານ 1500 ກ້ອນ ແລະ ຈານລົບ 1000 ກ້ອນ ລວມ 2500 ກ້ອນ ເພື່ອມາຈຳໜ່າຍດອກເຫັດ ເພື່ອຂາຍດອກເຫັດນັ້ນອອກສູ່ຕະຫຼາດ ເງິນທີ່ໄປຂາຍດອກເຫັດແຕ່ລະງວດ ທ່ານສ່ວນສະໜາມກໍໄດ້ທ້ອນເງິນໄວ້ຈົນຮອດວັນຫມົດອາຍຸເຫັດ ຈາກນັ້ນ ເພິ່ນກໍມາເບີ່ງຕົ້ນທືນຊື້ ແລະ ເງິນທີເກັບຂາຍດອກເຫັດ ເຫັນວ່າກຳໄລເກືອບ 2 ເທົ່າ ເພາະສະນັ້ນແລ້ວ ໃນການປູກເຫັດໄດ້ນຳໄປທົດລອງປູກ ພໍໄປໄດ້ໃນໄລຍະໜື່ງຈື່ງເກີດມີແນວຄິດທີ່ຈະລົງທືນເອງທີ່ສັ່ງຊື້ວັດສະດຸມາເຮັດເອງ ໂດຍເຮັດເວລາຫຼັງເຮັດວຽກ ແລະ ໄດ້ແຮງງານໃນຊຸ່ມຊົນທີ່ຢູ່ໃກ້ໆມາຕຳ ໂດຍຈ້າງແຮງງານພາຍນອກມາຕຳໃຫ້ໃນການຜະລິດກ້ອນເຊື້ອເຫັດ ແລະ ໄດ້ດຳເນີນການມາເຖີງປັດຈຸບັນ.

ສະມາຊິກຟາມເຫັດສ່ວນສະໜາມ

















No comments:

Post a Comment

ເຫັດນາງຟ້າພູຖານ

ເຫັດນາງຟ້າພູຖານ
ບ້ານ ສົມສະຫວັນ ຫລັກ26

ເຫັດຂອນຂາວ

ເຫັດບົດ