Menu

ຂັ້ນຕອນໃນການປູກເຫັດ



 "...ຂີ້ເລື່ອຍໄມ້ຍາງ…"
"...ກ້ອນເບົ້າເຫັດ…"

ຂັ້ນຕອນໃນການປູກກ້ອນເຊື້ອເຫັດ
ຂັ້ນຕອນທີ່ 1
ຈັດກຽມອຸປະກອນໃຫ້ພ້ອມຕາມສູດໃນການປະສົມ
    1. ຂີ້ເລື່ອຍໄມ້ຍາງ
    2. ເຊື້ອເຫັດ
    3. ຖົງຢາງພຣາສຕິກກັນຮ້ອນຂະໜາດ 6 3/4 x 12 1/2 ຫຼື 8x12 ນີ້ວ
    4. ຄໍຂວດພຣາສຕິກເສັ້ນຜ່າສູນກາງ 1 1/2 ນີ້ວ
    5. ສຳລີ
    6. ຢາງຮັດ
    7. ຟຸຍໜື້ງຄວາມດັນ ຫຼື ໝໍ້ໜື້ງຄວາມດັນ ຈະເປັນແບບຝືນກໍ່ໄດ້
    8. ຖົງຢາງປົກເພື່ອບັນຈຸກ້ອນເຫັດໃຫ້ຫຼາຍ ແລະ ເຊືອກຮັດ
    9ໂຮງເຮືອນ ຫຼື ທີ່ບົ່ມບ່ອນເຊື້້ອເຫັດ
    10ອາຫານເສີມ (ກາກນ້ຳຕານ ແລະ ເງິນລ້ານ)
   11ຮ່ຳອ່ອນ ແລະ ເຂົ້າປຽນທີ່ເປັນເຂົ້າໜຽວ
   12ປູນຂາວ
   13ຢິບຊ້ຳ
   14ຟູໄມ້
   15ດີເກືອ
   16ນ້ຳສະອາດ (ຕ້ອງແມ່ນນ້ຳບາດານ)
   17ເຈ້ຍຫນັງສືພີມ
   18ກັບໄຟ
   19ໄມ້ແປກ ຈຸດໄຟ
   20. ອັງໂກນ ເຫຼົ້າ 90 ຂ້າເຊື້ອ

ຂັ້ນຕອນທີ 2
      ນຳສ່ວນຜະສົມດັ່ງກ່າວຈາກສູດ 500 ກ້ອນຈະມີດັ່ງນີ້:
  - ຂີ້ເລື່ອຍ 22 ລໍ້ (ໂດຍນຳໃຊ້ ລໍ້ຕີນດຽວ)
  - ຮ່ຳອ່ອນ 32 ກິໂລ
  - ເຂົ້າປຽນ 16 ກິໂລ(ເຂົ້າໜຽວ)
  - ຟູໄມ້ 1 ກິໂລ
  - ຢິບຊ້ຳ 2 ກິໂລ
  - ອາຫານເສີມ(ເງິນລ້ານ) 1 ກິໂລ ແລະ ກາກນ້ຳຕານ 1 ລິດ
  - ດີເກືອ 0,6 ຂີດ
  1. ນຳເອົາຂີ້ເລື່ອຍມາວາງໄວ້ເປັນຈຸດ, ເປັນກອງ, ເປັນແຖວ ແລ້ວກໍ່ເອົານ້ຳສະອາດປະມານ 10 ລິດ ປະສົມກັບອາຫານເສີມ(ກາກນ້ຳຕານ)ມາຄົນເຂົ້າກັນແລ້ວເອົາເຂົ້າປ່ຽນເທລົງ.


ຂີ້ເລື່ອຍທີ່ວາງເປັນຈຸດເປັນແຖວ
ກາກນ້ຳຕານປະສົມກັບເຂົ້າປຽນ
  2. ເອົາຮ່ຳອ່ອນເທລົງພື້ນທີ່ ແລ້ວປະສົມອາຫານເສີມ(ເງິນລ້ານ), ດີເກືອ, ຢິບຊ້ຳ, ຟູໄມ້. ແລ້ວປະສົມຄົນໃຫ້ເຂົ້າກັນຢ່າງລະອຽດ, ແລ້ວຄົນໃສ່ກັບຮ່ຳອ່ອນທີ່ເຮົາເຮັດເປັນກອງ ມາປະສົມເຂົ້າກັນຢ່າງລະອຽດ.
ມາຄົນໃຫ້ເຂົ້າກັນຢ່າງລະອຽດ

  3 ສຸດທ້າຍ ກໍ່ເອົາໄປໂຮຍໃສ່ຂີ້ເລື່ອຍທີ່ເຮົາວາງໄວ້ເປັນກອງນັ້ນ ມາປະສົມໃຫ້ເຂົ້າກັນຢ່າງລະອຽດ (ຕ້ອງໃຫ້ເຂົ້າເນື້ອດຽວ) ເຮົາໄດ້ຕຸ້ມເຂົ້າກັນເປັນກອງ.
ເອົາເຄື່ອງປຸງມາໂຮຍໃສ່ກອງຂີ້ເລື່ອຍ





 
 4. ຕໍ່ມາກໍ່ໄດ້ແຮງງານຄົນມາຕຳ, ຮ່າຍໃສ່ຖົງແລ້ວຕຳມາໃສ່ປອກຄໍອັດເຈ້ຍເຫັດກ້ອນ ສະເພາະແມ່ນເຮືອນສ່ວນສະໜາມໄດ້ຈ້າງແຮງງານເດັກນ້ອຍຕຳ ຈາກລາຄາ 100ກ້ອນ = 15.000 ກີບ

ຕຳເປັນກ້ອນເຫັດ
ຂັ້ນຕອນທີ 3
      ນຳໄປໜື້ງຂ້າເຊື້ອ (ໜື້ງໃສ່ຟຸຍ) ຟຸຍ1ໃສ່ໄດ້ປະມານ 150 ກ້ອນ ເວລາດັງໄຟຕ້ອງບໍ່ແຮງຈົນເກີນໄປ ແລະ ຕ້ອງເບີ່ງໄຟໃຫ້ສະເໝີ ຈົນໄດ້ເວລາໜື້ງຊຸດ1 ໜື້ງປະມານ 5 ຊົ່ວໂມງ.
      
     
     ພາຍຫຼັງໜື້ງແລ້ວ ກໍເອົາລົງ ແລະ ປະໄວ້ໃຫ້ເຢັນປະມານ 2-3 ຊົ່ວໂມງ ເຮົາກໍສາມາດຢອດເຊື້ອເຫັດ ຕອນເວລາຢອດເຊື້ອນີ້ແມ່ນສຳຄັນຫຼາຍເປັນຕົ້ນແມ່ນ: ສະຖານທີ່, ບໍ່ໃຫ້ລົມພັດ ຫຼື ລົມຖືກ, ບໍ່ໃຫ້ໃສ່ນ້ຳຫອມໃນເວລາຢອດ, ຕອນຈະຢອດເຫັດ ແມ່ນໃຫ້ລ້າງມືໂດຍໃສ່ນ້ຳຢາອັງໂກນ ເຫຼົ້າ 90 ລ້າງໃຫ້ສະອາດ.
   ກ້ອນເຫັດປະໄວ້ໃຫ້ເຢັນ
ເຊື້ອເຫັດ
ຢອດເຊື້ອເຫັດ
 ຈາກນັ້ນເຮົາໄດ້ນຳເອົາກ້ອນເຫັດທີ່ຢອດເຊື້ອໄປປະໄວ້ບ່ອນທີ່ເຮົາໄດ້ເຮັດຮ້ານຟັກເຊື້ອ, ຕໍ່ມາເຮົາກະກຽມເຮືອນໄວ້ກ້ອນເຫັດ ຮ້ານເຫັດເຮັດ 2 ແຖວ ຫຼື 4 ແຖວ ອີງຕາມພື້ນທີ່ ທີເໝາະສົມ, ມຸ່ງຫຍ້າພາຍຫລັງຮອດ 30-33 ວັນ ສາມາດຍ້າຍກ້ອນເຫັດໄປໄວ້ເຮືອນເຫັດ ໃນເຮືອນເຫັດໃຫ້ມຸ່ງຫຍ້າອ້ອມແຕະເຮັດແຖວ ທຳມະດາ.

ມຸ່ງດ້ວຍຫຍ້າຄາ
ຮ້ານບ່ອນຝັກເຊື້ອເຫັດ 3-4 ແຖວ
ບ່ອນຊັ້ນວາງກໍຈະເປັນໄມ້ແປ້ນ
   
ຈາກນັ້ນເຮົາຈຶ່ງເອົາເຈ້ຍກັບປອກຄໍອອກຈາກກ້ອນເຫັດ ພາຍຫລັງເປີດແລ້ວ ມື້ທີ2 ຫຼື ມື້ທີ3 ຈຶ່ງຫົດນ້ຳ (ນ້ຳບາດານ) ເວລານັ້ນເຮົາຈະແນມເຫັນດອກເຫັດແຫລ້ກ່ຳໄປຫມົດ ແລະ ເວລາເກັບ ຕ້ອງເກັບກ່ອນຫົດນ້ຳທຸກຄັ້ງ.
ກ້ອນເຫັດທີ່ຍັງບໍ່ທັນເປີດໜ້າ
ສັງເກດເບີ່ງດອກເຫັດຈະດູນອອກ
ສອງຮ້ານຂອງຟາມທີ່ຮອດເວລາການເກີດດອກ




         

No comments:

Post a Comment

ເຫັດນາງຟ້າພູຖານ

ເຫັດນາງຟ້າພູຖານ
ບ້ານ ສົມສະຫວັນ ຫລັກ26

ເຫັດຂອນຂາວ

ເຫັດບົດ