Menu

ຟາມເຫັດ


ຟາມເຫັດ
     ການສ້າງຟາມເຫັດເພາະເຫັດ ຟາມຈະມາເຮັດໂຮງເຮືອນຂະໜາດ 4x15 ແມັດ ເສົາກາງສູງ 3 ແມັດ, ເສົາດ້ານຂ້າງ 2.50 ແມັດ, ຄວາມອ່ຽງ 35 ອົງສາ ວັດສະດຸອຸປະກອນທີ່ໃຊ້ ຈະເນັ້ນໃຊ້ວັດສະດຸທີ່ມີໃນທ້ອງຖີ່ນ ຈະໃຊ້ສ່ວນຫຼາຍແມ່ນ ໄມ້ຈິງ ແລະ ໄມ້ອື່ນໆ ທີ່ພໍຫາໄດ້ ແລະ ທົນທານເພື່ອຄວາມປະຫຍັດ ແລະ ມີໃນທ້ອງຖີ່ນ ແລະ ໂຮງເຮືອນຈະມີຢູ່ 2 ຊະນິດຄື: ເຮືອນຮ້ານເພາະພັນ ແລະ ຟາມເຫັດ(ເກັບດອກເຫັດ) ໂຮງເຮືອນເມື່ອສ້າງສຳເລັດແລ້ວຈະເຮັດການຂ້າເຊື້ອໂດຍ ການໂຮຍປູນຂາວກ່ອນ ຖ້າຈະໃຫ້ດີ ແລະ ຄວາມຍາວນານຄວາມທົນຂອງໄມ້ເພື່ອກັນແມງໄມ້ກ່ອນເປັນການດີ.
    ຮ້ານເພາະພັນເຫັດທີ່ດີ ບໍ່ຄວນຜ່ານການເປັນຟາມເຫັດມາກ່ອນ ຖ້າຮ້ານເຮືອນເດີມຍັງຢູ່ໃນສະພາບເດີມທີ່ຍັງໃຊ້ງານໄດ້ດີໂດຍການຂ້າເຊື້ອ ໂດຍການເປີດຫລັງຄາຟາມເຫັດເພື່ອໃຫ້ແສງແດດສ່ອງ ແລະ ໂຮຍປູນຂາວ ປະໄວ້ປະມານ 3 ວັນ ການມຸ່ງຫລັງຄາ ທາງຟາມຈະມີ 2 ແບບຄື:
1. ຟາມເຫັດທີ່ມັກຮ້ອນຊຸ່ມ
     ສຳຫລັບເຫັດທີ່ມັກອາກາດຮ້ອນ ເໝາະກັບ ເຫັດຂອນຂາວ ເຫັດບົດ ເພາະເຫັດທັງສອງຊະນິດນີ້ຈະມັກອາກາດຮ້ອນຊຸ່ມ, ການມຸງຫລັງຄາຈະມຸງຈະມຸງຫລັງຄາສາມຊັ້ນ ຊັ້ນທຳອິດເປັນແພແຍ່ງດຳ ຂະໜາດ 60% ຫຼື 70% ຊັ້ນທີສອງ ມຸງຖົງຢາງພລາສຕິກໃສຈະແບບບາງ ຫຼື ແບບໜາກໍ່ໄດ້ ຊັ້ນທີ່ສາມ ແພແຍ່ງດຳ ສະຫຼຸບແລ້ວເປັນສາມຊັ້ນ ສ່ວນຮອບອ້ອມຟາມແມ່ນຈະໃຊ້ແຕະ ຫຼື ພລາສຕິກດຳກໍໄດ້ ເພາະເຫັດສອງຊະນິດນີ້ມັກອາກາດຮ້ອນຊຸ່ມ ເບີ່ງດັ່ງຮູບ
ຟາມເຫັດທີ່ເຮັດດ້ວຍໄມ້ຈິງ
ມຸງດ້ວຍສັງກະສີ
ຫລື ມຸງດ້ວຍຫຍ້າຄາ
ຕ້ອງແອ້ມຖົງຢາງພລາສຕິກມິດຊິດ
2. ຟາມເຫັດທີ່ມັກອາກາດເຢັນ
      ສຳຫລັບເຫັດທີ່ມັກອາກາດເຢັນ ແລະ ເໝາະກັບ ເຫັດນາງຟ້າ(ພູຖານ) ນາງລົມ(ຮົງກາຣີ) ວັດສະດຸໃນການກໍສ້າງຟາມເຫັດແມ່ນຂື້ນຢູ່ກັບຊະນິດຂອງເຫັດ ການມຸງຫລັງຄາດ້ວຍສັງກະສີ ຫຼື ຫຍ້າຄາ ສ່ວນຮອບອ້ອມແອ້ມຟາມເຫັດແມ່ນຫຍ້າຄາ ຫຼື ພລາສຕິກດຳກໍ່ໄດ້ ຫຍ້າຄາຕາມດ້ວຍແພແຍ່ງດຳ 70%, 80%





              ການຈັດວາງກ້ອນເຫັດເຂົ້າຟາມເຫັດຂະໜາດ 4x15 ບັນຈຸກ້ອນເຫັດໄດ້ປະມານ 5000 ກ້ອນ ຈະວາງກ້ອນເຫັດໃນແນວນອນ ເພື່ອໃຫ້ເຊື້ອເຫັດເດີນໄດ້ດີ ແລະ ເປັນການປະຫຍັດພື້ນທີ່ ຫຼື ການຝັກເຊື້ອຈາກຖານຮ້ານຝັກເຊື້ອ ໂດຍວິທີການຕັ້ງກໍ່ໄດ້ ສ່ວນແຜງວາງຂ້າງກ້ອນເຫັດ ດ້ານຂ້າງທັງສອງຂ້າງຈະວາງສະຫລ່ຽງປະມານ 35 ອົງສາ ທາງກາງວາງແຜນໃຫ້ເປັນຮູບຕົວ A ຂາທັງສອງຂ້າງຫ່າງກັນປະມານ 30-40 ຊມ. ບ່ອນວ່າງລະຫວ່າງທາງເດີນເວັ້ນໃຫ້ສາມາດຍ່າງເຂົ້າອອກໄດ້ສະດວກ ການສ້າງຟາມເຫັດດ້ວຍໄມ້ຈິງ ອາດຈະເປັນໄມ້ລຳນ້ອຍລຳໃຫຍ່ທົນທານແຂງແຮງ ເທົ່າກັບ ການສ້າງດ້ວຍເຫລັກ ເພາະການເພາະເຫັດຕ້ອງມີການຫົດນ້ຳເຫັດທຸກມື້ ການໃຊ້ໄມ້ຈິງ ຈະມີການໂດກ ຫຼື ມີແມງກັດຜຸຜ່ອຍໄດ້ງ່າຍ ການເລືອກໃຊ້ວັດສະດຸກໍຂື້ນກັບເງິນລົງທືນ ແລະ ວັດສະດຸທີ່ມີໃນທ້ອງຖີ່ນ.


ທີ່ມາຈາກ ຟາມເຫັດສ່ວນສະໜາມ ບ້ານສົມສະຫວັນ ຫລັກ 26 ຮ່ອມ 18


No comments:

Post a Comment

ເຫັດນາງຟ້າພູຖານ

ເຫັດນາງຟ້າພູຖານ
ບ້ານ ສົມສະຫວັນ ຫລັກ26

ເຫັດຂອນຂາວ

ເຫັດບົດ