Menu

ການບົວລະບັດຮັກສາ

>>....ເຫັດນາງລົມ....<<
    ເຫັດນາງລົມ: ການບົວລະບັດຮັກສາແມ່ນ ກ່ອນການເປີດດອກຄວນນຳກ້ອນເຊື້ອເຫັດມາວາງໄວ້ປະມານ 2-3 ວັນ ເຫັດນາງຟ້າຈະເປີດຖົງ ໃນການເປີດເອົາເຈ້ຍອອກ ໂດຍເອົາຈຸກສຳລີອອກ ແລະ ປອກຄໍອອກ ແລ້ວກະທົບຄືນເພື່ອບໍ່ໃຫ້ກ້ານເຫັດມັນຍາວ ນຳກ້ອນເຫັດໄປຮຽງຊ້ອນກັນຈະໃຊ້ຊັ້ນອີງກະແຕະ ຫຼື ຊັ້ນແຂວນພລາສຕິກກໍໄດ້, ຫົດນ້ຳ, ຮັກສາຄວາມຊື້ນໃຫ້ຫຼາຍໃນຟາມໃຫ້ຫຼາຍກ່ວາ 70% ມື້ລະ 2-6 ຄັ້ງ ຂື້ນຢູ່ກັບສະພາບອາກາດ ໂດຍໃຊ້ຫົວບົວຫົດ ລະວັງໃນການຫົດແມ່ນຫົດແຕ່ເທີງລົງລຸ່ມບໍ່ໃຫ້ຫົດຕໍ່ຫນ້າເຫັດເພາະນ້ຳຈະເຂົ້າກ້ອນເຫັດ ເພາະຈະເຮັດໃຫ້ຖົງເນົ່າ ແລະ ເສຍໄວ ຫຼັງຈາກນັ້ນ ພາຍຫລັງທີ່ຫົດແລ້ວ ສັງເກດເບີ່ງກ້ອນເຫັດວ່ານ້ຳອັ່ງ ຫຼື ບໍ ເຮົາແລ້ວຈື່ງເອົາມີດດາມປາດຢູ່ກ້ອງຫນ້ອຍຫນື່ງເພື່ອຮັກສາ ກ້ອນເຫັດໃຫ້ຍືນຍາວນານຕາມອາຍຸການ, ຝັກເຊື້ອຄົບ 30-35 ວັນ ນຳກ້ອນເຊື້ອເຂົ້າສູ່ຟາມ ເປີດດອກ ໂດຍເກະເຈ້ຍຫນັງສືພິມເຂ່ຍເຂົ້າຝາງ ແລະ ສຳລີອອກໃຫ້ໝົດ ທຳຄວາມສະອາດພື້ນຟາມເຫັດ, ຫົດນ້ຳໃຫ້ຊຸ່ມວັນລະ 3 ເວລາ ຄື: ເຊົ້າ, ສວຍ, ແລງ ເຫັດຈະອອກດອກໄດ້ດີ.
    ການເກັບຮັກສາຂອງດອກເຫັດ: ແມ່ນໃນເມື່ອເຮົາເກັບດອກມັນມາແລ້ວ ສ້ອມຕີນ ແລະ ຈັດວາງໃສ່ຖົງຢາງເປັນວົງມົນ ໂດຍເອົາຖົງຢາງມາຫຸ້ມຫໍ່ສອງຊັ້ນປະໄວ້ໃສ່ຕູ້ເຢັນໄວ້ປະມານ 2-3 ຄືນ ສັງເກດດອກເຫັດກໍຍັງງາມຢູ່ຄືເກົ່າ.
>>>...ເຫັດຂອນຂາວ...<<<
     ເຫັດຂອນຂາວ: ການບົວລະບັດຮັກສາແມ່ນ ກ່ອນການຈະເປີດໜ້າກ້ອນເຫັດ ຕ້ອງໄດ້ເອົາເຈ້ຍຫນັງສືພິມອອກ ເຂ່ຍເຂົ້າຟາງ ແລະ ສຳລີອອກໃຫ້ໝົດ ຕ້ອງໄດ້ຈີກຢາງຫຸ້ມກ້ອນເຫັດ ສຳຫລັບໂຮງເຮືອນແມ່ນຕ້ອງໄດ້ຫຸ້ມໄປດ້ວຍແພຢາງປົກປິດ ເພື່ອເກັບກຳອຸນຫະພູມ ປະມານ 37-38 ອົງສາ ສ່ວນການບົວລະບັດອື່ນໆແມ່ນຄ້າຍຄືກັບເຫັດນາງລົມ ວິທີຫົດນ້ຳແມ່ນໄດ້ໃຊ້ຫົວບົວຫົດແຕ່ເທີງລົງລຸ່ມ ພາຍຫລັງຫົດແລ້ວເຮົາຕ້ອງສັງເກດເບີ່ງກ້ອນເຫັດທັງໝົດ ກ້ອນໃດມີລັກສະນະນ້ຳອັ່ງໃນຖົງ ເຮົາຄວນເອົາຂີດຢູ່ກ້ອນເບົ້າເຫັດອອກ ເພື່ອໃຫ້ກ້ອນເຫັດເນົ່າ ແລະ ບໍ່ໃຫ້ຕິດເຊື້ອ ການຫົດນ້ຳແມ່ນ ອີງຕາມສະພາບອາກາດຮ້ອນ ຄື: ເຊົ້າ, ແລງ ຖ້າແມ່ນຍາມຝົນ ຄັນຝົນລິນແມ່ນຫົດມື້ລະເທື່ອ ເຫັດຈະອອກດອກໄດ້ດີ.
     ການເກັບຮັກສາຂອງດອກເຫັດ: ເຮົາຕ້ອງເກັບດອກເຫັດກ່ອນ ຈັງຫົດນ້ຳທຸກໆຄັ້ງ ຫລັງຈາກເກັບມາແລ້ວ ເອົາດອກເຫັດມາເບີຍໃສ່ພາທາດ ຫຼື ແພປູ ແລ້ວກໍເອົາພັດລົມມາເປີດໃສ່ 4-5 ນາທີ ແລ້ວກໍມາສັງເກດເບີ່ງດອກເຫັດມັນເຢັນແລ້ວ ກໍເອົາມາໃສ່ຖົງຮັດໃຫ້ແໜ້ນແລ້ວໄປໃສ່ຕູ້ເຢັນ ຫຼື ຖັງນ້ຳກ້ອນ ເພື່ອຮັກສາດອກເຫັດໃຫ້ມັນງາມ.
>>>...ເຫັດບົດ...<<<
      ເຫັດບົດ: ການບົວລະບັດຮັກສາແມ່ນ ຄືກັນກັບເຫັດຂາວ ກ່ອນການຈະເປີດໜ້າກ້ອນເຫັດ ຕ້ອງໄດ້ເອົາເຈ້ຍຫນັງສືພິມອອກ ເຂ່ຍເຂົ້າຟາງ ແລະ ສຳລີອອກໃຫ້ໝົດ ຕ້ອງໄດ້ຈີກຢາງຫຸ້ມກ້ອນເຫັດ ສຳຫລັບໂຮງເຮືອນແມ່ນຕ້ອງໄດ້ຫຸ້ມໄປດ້ວຍແພຢາງປົກປິດ ເພື່ອເກັບກຳອຸນຫະພູມ ປະມານ 37-38 ອົງສາ ສ່ວນການບົວລະບັດອື່ນໆແມ່ນຄ້າຍຄືກັບເຫັດນາງລົມ ວິທີຫົດນ້ຳແມ່ນໄດ້ໃຊ້ຫົວບົວຫົດແຕ່ເທີງລົງລຸ່ມ ພາຍຫລັງຫົດແລ້ວເຮົາຕ້ອງສັງເກດເບີ່ງກ້ອນເຫັດທັງໝົດ ກ້ອນໃດມີລັກສະນະນ້ຳອັ່ງໃນຖົງ ເຮົາຄວນເອົາຂີດຢູ່ກ້ອນເບົ້າເຫັດອອກ ເພື່ອໃຫ້ກ້ອນເຫັດເນົ່າ ແລະ ບໍ່ໃຫ້ຕິດເຊື້ອ ການຫົດນ້ຳແມ່ນ ອີງຕາມສະພາບອາກາດຮ້ອນ ຄື: ເຊົ້າ, ແລງ ຖ້າແມ່ນຍາມຝົນ ຄັນຝົນລິນແມ່ນຫົດມື້ລະເທື່ອ ເຫັດຈະອອກດອກໄດ້ດີ.

     ການເກັບຮັກສາຂອງດອກເຫັດ: ເຮົາຕ້ອງເກັບດອກເຫັດກ່ອນ ຈັງຫົດນ້ຳທຸກໆຄັ້ງ ຫລັງຈາກເກັບມາແລ້ວ ເອົາດອກເຫັດມາເບີຍໃສ່ພາທາດ ຫຼື ແພປູ ແລ້ວກໍເອົາພັດລົມມາເປີດໃສ່ 4-5 ນາທີ ແລ້ວກໍມາສັງເກດເບີ່ງດອກເຫັດມັນເຢັນແລ້ວ ກໍເອົາມາໃສ່ຖົງຮັດໃຫ້ແໜ້ນແລ້ວໄປໃສ່ຕູ້ເຢັນ ຫຼື ຖັງນ້ຳກ້ອນ ເພື່ອຮັກສາດອກເຫັດໃຫ້ມັນງາມ.

No comments:

Post a Comment

ເຫັດນາງຟ້າພູຖານ

ເຫັດນາງຟ້າພູຖານ
ບ້ານ ສົມສະຫວັນ ຫລັກ26

ເຫັດຂອນຂາວ

ເຫັດບົດ