Menu

ລະດູການປູກເຫັດ

ເຫັດບົດ
ເຫັດຂອນຂາວ
ເຫັດນາງລົມ

່- ເຫັດບົດ: ລະດູການປູກແມ່ນເດືອນ 11 ຫາເດືອນ 2 ຂອງປີຕໍ່ມາ ຂອງລະດູໜາວ ເຮົາຕ້ອງປູກຕາມລະດູການ, ຕາມສະພາບອາກາດຂອງເຫັດກະດ້າງທີ່ເກີດຢູ່ໃນປ່າ. ອາຍຸເພາະພັນຝັກເຊື້ອເຫັດໄປຫາເຮືອນເຫັດແມ່ນ 65 ຫາ 75 ວັນ 2 ເດືອນກັບ 15 ວັນ ຫຼື 2 ເດືອນເຄີ່ງ, ເຮົາສາມາດຍ້າຍກ້ອນເຫັດ, ເຮືອນເຫັດ ແຕ່ເຮືອນເຫັດຕ້ອງໄດ້ເຮັດລະອຽດເປັນຕົ້ນ.
- ເຫັດຂາວ: ລະດູການປູກກະຄ້າຍຄືກັນກັບເຫັດບົດ ເພາະຈັດຢູ່ໃນປະເພດດຽວກັນ ຂອງເຫັດກະດ້າງ ການປູກແມ່ນເດືອນ11 - 2 ຂອງປີຕໍ່ມາຄືກັນ. ອາຍຸເພາະພັນການຝັກເຊື້ອເຫັດໄປຫາເຮືອນເຫັດແມ່ນ 65 ວັນ ຫາ 75 ວັນ ຂອງ 2 ເດືອນ ກັບ 15 ວັນ ຫຼື 2 ເດືອນເຄີ່ງ ເຮົາສາມາດຍ້າຍກ້ອນເຫັດ, ເຮືອນເຫັດ ແຕ່ເຮືອນເຫັດຕ້ອງເຮັດລະອຽດເປັນຕົ້ນ... ຄືກັນກັບເຫັດບົດ
- ເຫັດນາງລົມ ແລະ ນາງຟ້າຟູຖານ: ປີ 1 ຈະມີ 2 ລະດູການປະລິດຄື: ລະດູຝົນ ເລີ່ມຈາກການປູກແມ່ນເດືອນ 6 ຫາ 9 ແມ່ນປູກຊະນິດເຫັດນາງລົມຟ້າພູຖານ(ນາງລົມສີດຳ ແລະ ສີຄີມ), ລະດູໜາວ ເລີ່ມຈາກການປູກແມ່ນເດືອນ 9-1 ຂອງປີ ແມ່ນປູກຊະນິດເຫັດນາງລົມຮົງກາຣີ(ດອກສີຂາວ ແລະ ດອກສີແລ້)ອາຍຸເພາະພັນຝັກເຊື້ອເຫັດແມ່ນ 28 ວັນ ຫາ 30 ວັນ ຫຼື 1 ເດືອນ ເຮົາສາມາດຍ້າຍກ້ອນເຫັດ, ເຮືອນເຫັດ ແຕ່ເຮືອນເຫັດຕ້ອງເຮັດໃຫ້ລະອຽດເປັນຕົ້ນ...




No comments:

Post a Comment

ເຫັດນາງຟ້າພູຖານ

ເຫັດນາງຟ້າພູຖານ
ບ້ານ ສົມສະຫວັນ ຫລັກ26

ເຫັດຂອນຂາວ

ເຫັດບົດ